DEV Community

Cover image for NFT ເຮັດວຽກຈັ່ງໃດ?
phatsss
phatsss

Posted on

1 2

NFT ເຮັດວຽກຈັ່ງໃດ?

ຈຸດເລີ່ມຕົ້ນຂອງ NFT(Non Fungible Tokens)

ໃນຊ່ວງປີ 2012 ຖືວ່າເປັນຍຸກທີ່ຄົນເລີ່ມໃຫ້ຄວາມສົນໃຈໃນ Bitcoin ແລະ ໃນຕອນນັ້ນມັນກໍ່ມີແນວຄິດໜຶ່ງເກີດຂຶ້ນມານັ້ນກໍ່ຄື: Colored Coins. ໂດຍປົກກະຕິການເຮັດທຸລະກຳຂອງ Bitcoin ເຮົາຈະໃສ່ຄ່າຫຍັງກໍ່ໄດ້ເພື່ອຈະບອກວ່າການເຮັດທຸລະກຳນັ້ນໆກ່ຽວກັບຫຍັງ, ເຊິ່ງແນວຄິດຂອງ Colored Coins ກໍ່ຈະແທນຄ່າການເຮັດທຸລະກຳຕ່າງໆຂອງ Bitcoin ໃຫ້ມີຄວາມໝາຍຕາມໂລກຂອງຄວາມເປັນຈິງເຊັ່ນ: ຄູປອງ, ກຳມະສິດທີ່ດິນ ຫຼື ກຳມະສິດໃດໆກໍ່ຕາມທີ່ເຮົາຕ້ອງການປ່ຽນຊັບສິນເຫຼົ່ານັ້ນໃຫ້ມາຢູ່ໃນຮູບແບບ Digital Asset. ຖ້າເຮົາໃສ່ຄ່າຕ່າງໆເຫຼົ່ານັ້ນເຂົ້າໃນທຸລະກຳຂອງ Bitcoin ຂໍ້ມູນເຫຼົ່ານັ້ນກໍ່ຈະໄປຢູ່ເທິງ Blockchain ຂອງ Bitcoin ເຊິ່ງເຮົາສາມາດກວດສອບໄດ້ພາຍຫຼັງວ່າໃຜເປັນຜູ້ຄອບຄອງຊັບສິນເຫຼົ່ານັ້ນຢູ່. ຈາກ Concept ທີ່ກ່າວມາຖືວ່າເປັນຮາກຖານທີ່ສຳຄັນທີ່ເຮັດໃຫ້ເກີດມີ NFT ໃນທຸກມື້ນີ້.

ເຂົ້າໃຈ NFT ໃນ 30 ວິນາທີ

ຈາກຍຸກຂອງ Bitcoin ເຮົາກໍ່ກ້າວເຂົ້າມາສູ່ຍຸກຂອງ Ethereum ເຊິ່ງຖືວ່າເປັນເຄືອຂ່າຍ Blockchain ທີ່ເຮົາສາມາດຂຽນ smart contact ເຂົ້າໄປໄດ້, ເຊິ່ງຖ້າເຮົາຢາກຈະມີ Token ຫຼື ສະກຸນເງິນເປັນຂອງຕົວເອງ ເຮົາກໍ່ສາມາດຂຽນ smart contact ຂອງເຮົາເອງໄດ້ເລີຍ ແລະ NFT ເອງກໍ່ເປັນ Token ຊະນິດໜຶ່ງທີ່ບໍ່ສາມາດທົດແທນກັນໄດ້.

ຄວາມແຕກຕ່າງລະຫວ່າງ Token ແບບປົກກະຕິ ແລະ NFT Token

ຕົວຢ່າງ: ເຮົາມີ Token ໜຶ່ງທີ່ຊື່ວ່າ KIP Token ເຊິ່ງມີ Max Supply ຢູ່ທີ່ 10 ລ້ານຫຼຽນ, ເຊິ່ງທຸກຄົນທີ່ຖື Token ນີ້ຢູ່ກໍ່ຈະສາມາດແລກປ່ຽນຫຼຽນນີ້ກັນໄປມາໄດ້ເພາະວ່າ 1 KIP = 1 KIP ໝາຍຄວາມວ່າ 1 KIP ຂອງແຕ່ລະຄົນມີຄ່າເທົ່າກັນ ແລະ ສາມາດທົດແທນກັນໄດ້ນັ້ນເອງ. ຖ້າເຮົາມີ NFT Token ທີ່ມີ Max Supply ຢູ່ພຽງແຕ່ 1 ຫຼຽນ(1 Token) ແລະ ຖ້າເຮົາຕ້ອງການທີ່ຈະຄອບຄອງຫຼຽນດັ່ງກ່າວເຮົາກໍ່ອາດຈະຕ້ອງໃຊ້ 10 KIP ເພື່ອແລກມາ, ທັງນີ້ກໍ່ຂຶ້ນກັບຄວາມເພິ່ງພໍໃຈຂອງຜູ້ຖືຄອງກ່ອນໜ້ານີ້ວ່າຈະໃຊ້ເທົ່າໃດຫຼຽນໃນການແລກ.

ອີກຄວາມພິເສດໜຶ່ງຂອງ NFT ກໍ່ຄື: ​ເຮົາສາມາດກວດສອບໄດ້ວ່າ NFT ດັ່ງກ່າວມີການຊື້ຂາຍແລກປ່ຽນກັນມາທີ່ລາຄາເທົ່າໃດ ແລະ ຜູ້ທີ່ສ້າງສັນຜົນງານ NFT ດັ່ງກ່າວກໍ່ຈະສາມາດກຳນົດຄ່າທຳນຽມໃນການຊື້ຂາຍຜົນງານຂອງເຮົາໄດ້ອີກ, ໝາຍຄວາມວ່າທຸກໆຄັ້ງທີ່ມີການຊື້ຂາຍຜົນງານຂອງເຮົາ ເຮົາກໍ່ຈະໄດ້ຄ່າທຳນຽມຈາກການຊື້ຂາຍທຸກຄັ້ງນັ້ນເອງ.

ແລ້ວ NFT ມີມູນຄ່າໄດ້ແນວໃດ?

ໂດຍປົກກະຕິແລ້ວ NFT ຈະຖືກແທນຄ່າດ້ວຍຮູບພາບຜົນງານສີລະປະ, ເພງ, ວີດີໂອ, ໄອເທັມຕ່າງໆໃນເກມ ແລະ ຍັງມີອີກຫຼາຍສິ່ງທີຖືກນຳມາສ້າງເປັນ NFT, ເມື່ອມັນຖືກແທນຄ່າດ້ວຍສິ່ງຕ່າງໆເຫຼົ່ານັ້ນ ມັນກໍ່ປຽບເໝືອນ Rare item ໃນໂລກຂອງ Blockchain ມັນຈຶ່ງເຮັດໃຫ້ຄົນທີ່ສົນໃຈຜົນງານເຫຼົ່ານັ້ນຊື້ເກັບສະສົມ ຫຼື ອາດຈະຊື້ເພື່ອເກັງກຳໄລ.

ເຮົາຈະສ້າງຜົນງານ NFT ຂຶ້ນມາໄດ້ແນວໃດ?

ໂດຍປົກກະຕິແລ້ວເຮົາສາມາດສ້າງ NFT ຂຶ້ນມາໄດ້ 2 ວິທີຄື:

  • ຂຽນ Smart Contact ເອງເພື່ອສ້າງ Token ຂອງເຮົາຂຶ້ນມາແລ້ວແທນຄ່າ Token ເຫຼົ່ານັ້ນດ້ວຍຮູບພາບ ຫຼື ຜົນງານຮູບແບບອື່ນໆ, ຫຼັງຈາກນັ້ນກໍ່ໃຫ້ຄົນເຂົ້າໄປ mint ຜົນງານຂອງເຮົາຈາກ website ທີ່ເຮົາຂຽນ.

  • ອັບໂຫຼດຜົນງານຂອງເຮົາຂຶ້ນໄປເທິງ Platform ຕ່າງໆ, ເຊິ່ງຈະເປັນການໃຊ້ smart contact ຂອງ platform ເຫຼົ່ານັ້ນສ້າງ Token ໃຫ້ເຮົາແທນ.

ທັງ 2 ວິທີນີ້ກໍ່ຕ້ອງໃຊ້ຄ່າ gas ເຊັ່ນກັນ.


ບົດຄວາມຕໍ່ໄປຈະມາອະທິບາຍເລື່ອງ NFT ສະບັບ Developer ແບບງົງໆ, ຝາກຕິດຕາມກັນຄືກັບເຈົ້າກຳນາຍເວນແນ່ເດີ😘

Image of Docusign

Bring your solution into Docusign. Reach over 1.6M customers.

Docusign is now extensible. Overcome challenges with disconnected products and inaccessible data by bringing your solutions into Docusign and publishing to 1.6M customers in the App Center.

Learn more

Top comments (0)

Billboard image

The Next Generation Developer Platform

Coherence is the first Platform-as-a-Service you can control. Unlike "black-box" platforms that are opinionated about the infra you can deploy, Coherence is powered by CNC, the open-source IaC framework, which offers limitless customization.

Learn more

👋 Kindness is contagious

Please leave a ❤️ or a friendly comment on this post if you found it helpful!

Okay